24/08/2026
ໃນວັນທີ 19 ສິງຫາ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄະນະກໍາມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ (ຄຄອຂ) ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍ ປີ 2026 ພິທີດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ ທັງເປັນປະທານຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ,ມີບັນທ່ານ ຮອງປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ ພ້ອມຄະນະກໍາມະການ, ມີປະທານ,ຮອງປະທານ ຄະນະກໍາມະການ ຄຸ້ມຄອງອິນ້ຕີເນັດຂັ້ນເມືອງ 5 ຕົວເມືອງ, ຄະນະຮັບຜິດຊອບຈຸດປະສານງານ ຄຄອຂ ອ້ອມຂ້າງແຂວງ , ບັນດາທ່ານ ຮອງອຳນວຍການບໍລິສັດ ໂທລະຄົມສາຂາແຂວງ,ແລະ ບັນດາານ ຮອງອຳນວຍການທະນາຄານສາຂາແຂວງ ແລະ ຜູ້ຕາງໜ໊າທີ່ຖືກເຊີນ ເຂົ້າຮ່ວມທັງໝົດ 62 ທ່ານ, ຍິງ 32 ທ່ານ.
ໃນໂອກາດນີ້ເອງ ທ່ານປະທານ ກອງປະຊຸມໄດ້ມີຄຳເຫັນ ກ່າວເປີດກອງປະຊຸມ: ການນຳໃຊ້ອິນເຕີເນັດແມ່ນມີດ້ານດີຫຼາຍ, ຊ່ວຍເຂົ້າໃນການພັດທະນາເສດຖະກິດສັງຄົມ ໃຫ້ມີຖ່ວງທ່ານຂະທ່າຫຍາຍຕົວຂຶ້ນ, ໄດ້ເຂົ້າມາມີບົດບາດຕໍ່ການດຳລົງຊີວິດຂອງມວນມະນຸດຊາດ, ປະກອບສ່ວນຍູ້ແຮງເຂົາທຸກຂົງເຂດວຽກງານ , ນັບແຕ່ໂຄວິດ 19 ເປັນຕົ້ນມາ ແຂວງອັດຕະປືຂອງພວກເຮົາ ໄດ້ເລີ່ມຫັນວຽກງານເປັນທັນສະໄໝ ຫຼື ດິຈິຕອນ , ທ່ານ ໄດ້ກ່າວອີກວ່າ ໃນດ້ານດີ ກໍ່ຍັງມີດ້ານຫຍໍ່ຫຍໍ້ທໍ້ທີ່ເປັນບັນຫາ ບໍ່ສະເພາະແຕ່ແຂວງເຮົາ,ປະເທດເຮົາ,ແຕ່ຍັງເປັນບັນຫາໃນທົ່ວໂລກ ເຊັ່ນບັນຫາການຫຼອກລວງທາງໄຊເບີ ຫຼືຜ່ານແຟດຟອມອອນລາຍ ຊຶ່ງໄດ້ກາຍເປັນບັນຫາປະຈຳວັນແກ່ມວນມະນຸດຊາດ. ໃນວາລະກອງປະຊຸມ ທ່ານ ພູສະໄຫວ ດວງມະນີ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ ຄຄອຂ ຂຶ້ນຜ່ານບົດສະຫຼບຕີລາຄາການຈັດຕັ້ງປະຕິບັດວຽກງານໃນ 6 ເດືອນຕົ້ນປີ ແລະ ວາງທິດທາງ 6 ເດືອນທ້າຍປີ ໃນການລາຍງານ ແມ່ນໄດ້ຍົກໃຫ້ເຫັນຫຼາຍບັນຫາ ແລະ ຜົນກະທົບທີ່ເກີດຂຶ້ນ ຈາກການນໍາໃຊ້ອິນເຕີເນັດ ຢູ່ໃນແຂວງອັດຕະປື; ອັນພົ້ນເດັ່ນອັນໜຶ່ງ ແມ່ນກຸ່ມຄົນບໍ່ດີຍັງສືບຕໍ່ນໍາໃຊ້ສື່ສັງຄົມອອນລາຍ ເປັນບ່ອນເຜີຍແຜ່ຂໍ້ມູນຂ່າວທີ່ບໍ່ຖືກຕ້ອງ, ມີການບິດເບືອນ, ປ້າຍສີ ຕໍ່ການຊີ້ນໍາ, ນໍາພາ ຂອງຄະນະພັກ, ຄະນະນໍາຢູ່ແຕ່ລະຂັ້ນ ອັນໄດ້ສ້າງຄວາມປັ່ນປ່ວນ, ຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ; ພ້ອມດຽວກັນນັ້ນ ບັນດາທ່ານ ຄະນະກຳມະການຄຸ້ມຄອງອິນເຕີເນັດຂັ້ນແຂວງ, ບັນດາທ່ານ ຄະນະກໍາມະການຄຸ້ມຄອງອິນເຕີເນັດ 5 ເມືອ ແລະ ບັນດາທ່ານແຂກຖືກເຊີນເຂົ້າຮ່ວມ ໄດ້ມີຄຳຄິດຄຳເຫັນຢ່າງກົງໄປກົງມາ ຕໍ່ວຽກທີ່ຈັດຕັ້ງປະຕິບັດຜ່ານມາ ແລະ ການກໍານົດທິດທາງໃນຕໍ່ໜ໊າ
ຕອນທ້າຍກອງປະຊຸມ ທ່ານ ທະນູໄຊ ບັນຊາລິດ, ປະທານກອງປະຊຸມ ໄດ້ໂອລົມ ຕໍ່ຄະນະ ຄຄອຂ ຄຄອມ 5ເມືອງ,ຈຸດປະສານງານ ບັນດາທ່ານ ແຂກຖືກເຊີນ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕາມພາລະບົດບາດໜ້າທີ່; ສຸມໃສ່ວຽກງານໂຄສະນາເຜີຍແຜ່, ແນະນໍາ ແລະ ປູກຈິດສໍານຶກໃນການນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍໃຫ້ຖືກຕ້ອງ, ປອດໄພ ແລະ ເກີດປະໂຫຍດ; ເອົາໃຈໃສ່ຍົກສູງທັກສະເຕັກນິກວິຊາການ, ປັບປຸງກົນໄກພົວພັນ, ປະສານງານ ລະຫວ່າງ ຄະນະ, ກອງເລຂາ ແລະ ຈຸປະສານງານຕ່າງໆ ໃຫ້ໂລ່ງລ່ຽນ; ຂະຫຍາຍຕາໜ່າງເກັບກໍາຂ່າວສານ, ຕອບຕ້ານ ແລະ ແກ້ໄຂ ໃຫ້ທັນການ ຕໍ່ບັນຫາອາຊະຍາກໍາທາງສື່ສັງຄົມອອນລາຍ ແລະ ອິນເຕີເນັດ ທີ່ເກີດຂຶ້ນໃນຕໍ່ໜ້າ

