#ພະແນກເຕັກໂນໂລຊີ ແລະ ການສື່ສານແຂວງອັດຕະປືໄດ້ຈັດກອງປະຊຸມສະຫຼຸບຕີລາຄາການການເຄື່ອນໄຫວ ຈັດຕັ້ງປະຕິບັດວຽກ ຂອງ ຄະນະກຳມະການຫັນເປັນດິຈິຕອນຂອງແຂວງອັດຕະປື ໄລຍະ ປີ 2025 ແລະ 6 ເດືອນຕົ້ນປີ 2026 ແລະ ທິດທາງ 6 ເດືອນທ້າຍ ປີ 2026...
24/08/2026
ໃນວັນທີ 19 ສິງຫາ 2026 ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄະນະກຳມະການຫັນເປັນດິຈິຕອນຂອງແຂວງໄລຍະ ປີ 2025 ແລະ 6 ເດືອນຕົ້ນປີ 2026 ແລະ ທິດທາງ 6 ເດືອນທ້າຍ ປີ 2026 ພິທີດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍພາຍໃຕ້ເປັນປະທານຂອງ ທ່ານ ທະນູໄຊ ບັນຊາລິດ, ຮອງເລຂາພັກແຂວງ,ປະທານຄະນະກຳມະການປົກຄອງແຂວງ ທັງເປັນປະທານຄະນະກຳມະການຫັນເປັນດິຈິຕອນຂອງແຂວງ ມີ ທ່ານ ສູລິວົງ ອະໄພວົງ ຄະນະປະຈໍາພັກແຂວງ , ຮອງປະທານ ຄະນະກໍາມະການປົກຄອງແຂວງ, ຮອງປະທານ ຄະນະກຳມະການຫັນເປັນດິຈິຕອນຂັ້ນແຂວງ ພ້ອມຄະນະກໍາມະການຫັນເປັນດິຈິຕອນ ມີປະທານບັນດາທ່ານຄະນະກໍາມະການຫັນເປັນດິຈິຕອນ ອ້ອມຂ້າງແຂວງ ແລະ 5 ເມືອງແລະ ຜູ້ຕ່າງໜ໊າທີ່ຖືກເຊີນ ເຂົ້າຮ່ວມ.

ໃນໂອກາດທີມີຄວາມໝາຍຄວາມສຳຄັນທ່ານປະທານໄດ້ມີຄໍາເຫັນກ່າວເປີດວຽກງານຫັນເປັນດິຈິຕອນ ເປັນວຽກງານໜຶ່ງທີ່ສຳຄັນທີ່ສຸດ ຕາມທິດຫັນເປັນອຸດສະຫະກໍາ ແລະ ທັນສະໄໝ ຂອງພັກ; ໂດຍສະເພາະ, ຍຸກປະຈຸບັນທີ່ເຕັກໂນໂລຊີກ້າວໜ້າໄວ, Ai ມີບົດບາດຊ່ວຍຢູ້ແຮງ ແລະຖືກນໍາໃຊ້ ແລະ ແຊກຊືມເຂົ້າໃນ ທຸກຂົງເຂດວຽກງານ ຢ່າງປະຕິເສດບໍ່ໄດ້ ກາຍເປັນປັດໃຈສຳຄັນ ໃຫ້ແກ່ການຂັບເຄື້ອນການພັດທະນາ ເສດຖະ ກິດ-ສັງຄົມ ທັງຍົກລະດັບຂີດຄວາມສາມາດ ໃນການແຂ່ງຂັນ ຂອງສປປ ລາວ ພວກເຮົາ; ສະນັ້ນ, ການຫັນເປັນ ດິຈິຕອນ ລັດຖະບານຈຶ່ງໄປທັງ 3 ເສົາຄໍ້າ ຄື: ລັດຖະບານດິຈິຕອນ, ເສດຖະກິດດິຈິຕອນ ແລະ ສັງຄົມດິຈິຈອນໄປພ້ອມໆກັນ
ໃນວາລະກອງປະຊຸມ ທ່ານ ພູສະໄຫວ ດວງມະນີ, ຮອງຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ, ຫ້ອງການປະຈໍາການຄະນະກໍາມະການຫັນເປັນດີຈີຕອນຂອງແຂວງອັດຕະປື ຂຶ້ນຮ່າງຜ່ານບົດສະຫຼບຕີລາຄາການຈັດຕັ້ງປະຕິບັດວຽກງານໄລຍະຜ່ານມາ ແລະ ວາງ
ທິດທາງ 6 ເດືອນທ້າຍປີ 2026 , ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກໍາມະການຫັນເປັນດິຈິຕອນ ສະບັບປັບປູງໄໝ່ , ຫຼັງຈາກນັ້ນ ທ່ານປະທານໄດ້ມີຄໍາຖາມເຈາະຈີມ , ບັນດາທ່ານ ທີ່ເຂົ້້າຮ່ວມ ໄດ້ມີຄໍາເຫັນແລກປ່ຽນ ກ່ຽວກັບວຽກຫັນເປັນທັນສະໄໝ ຫຼື ດິຈິຕອນ ແລະ ຕໍ່ທິດທາງລວມຂອງຄະນະຂອງແຕ່ລະພາກສ່ວນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບ ຕອນທ້າຍທ່ານປະທານ ກໍ່ໄດ້ຊີ້ນຳ ແລະ ໂອ້ລົມ ຈົນມາຮອດເວລາ 16;00 ກອງປະຊູມກໍ່ໄດ້ໍຶ້ນສູດລົງ ຢ່າງຈົບງາມ.

